ກະລຸນາອ່ານໃຫ້ລະອຽດ ແລະ ສະໝັກໂດຍກົງ!
ວຽກງານບັນຊີ
ລາຍຮັບ ມີໜ້າທີດັ່ງນີ້:
ການເງິນ ລາຍຮັບເງິນສົດ-ເງິນໂອນ ມີໜ້າທີດັ່ງນີ້:
-
ຄິດໄລ່ຄ່າທໍານຽມປະກັນໄພ, ຄ່າຄອມມິດຊັນ ແລະ ເກັບເງິນຈາກລູກຄ້າທີ່ເປັນເງິນສົດ ແລະ ສະຫຼຸບສົ່ງເງິນປະຈໍາວັນໃຫ້ຫົວໜ້າບັນຊີ
-
ຮັບເງິນຈາກລູກຄ້າ ຫຼື ຕົວແທນ
ໂດຍອີງຕາມຍອດເງິນໃນໃບສັນຍາ ຫຼື ໃບແຈ້ງໜີ້ຂອງບໍລິສັດ
ແລ້ວອອກບິນຮັບເງິນຂອງບໍລິສັດໃຫ້ລູກຄ້າ ຫຼື ຕົວແທນ
ຫຼັງຈາກນັ້ນໃຫ້ລົງບັນຊີລາຍຮັບໃຫ້ຖືກຕາມາດຕະຖານບັນຊີ.
-
ຫຼັງຈາກລົງບັນຊີເປັນທີ່ຮຽບຮ້ອຍແລ້ວ
ມື້ຕໍ່ມາໃຫ້ນໍາເງິນດັ່ງກ່າວໄປເຂົ້າທະນາຄານພ້ອມພິມໃບສະເຕດເມັນຂອງຂອງທະນາຄານຕິດຄັດເອກະສານສະຫຼຸບປະຈໍາວັນສົ່ງໃຫ້ຫົວໜ້າການເງິນ
ແລະ ໝ່ວຍງານໜີ້ສິນ ເພື່ອທໍາການຕັດໜີ້ຂອງເອກະສານສະບັບດັ່ງກ່າວກ່ອນ 16:30
ຂອງທຸກໆວັນໆ.
-
ພາຍຫຼັງສັນຍາທີ່ໄດ້ຮັບເງິນເປັນທີ່ຮຽບຮ້ອຍແລ້ວ
ສັນຍາດັ່ງກ່າວຕ້ອງສົ່ງຕໍ່ໃຫ້ພະແນກອອກສັນຍາລົງລະບົບ ຫຼື ເກັບໄວ້.
-
ສະຫຼຸດຍອດເງິນທີ່ໂອນເຂົ້າບັນຊີຂອງບໍລິສັດວ່າມາຈາກພາກສ່ວນໃດ,
ກໍລະນີບໍ່ຮູ້ແມ່ນໃຫ້ພົວພັນກັບພະແນກການຕະຫຼາດ ຫຼື ພະນັກງານໃນບໍລສັດດ່ວນ ຫຼື ສອບຖາມຂໍ້ມູນນໍາທະນາຄານ
ພາຍຫຼັງຮັບຮູ້ຍອດເງິນແລ້ວໃຫ້ເຮັດເອກະສານການຮັບເງິນໃຫ້ຫົວໜ້າບັນຊີເຊັນຮັບຮູ້ແລ້ວສົ່ງໃຫ້ໜ່ວຍງານໜີ້ສິນຕັດໜີຂອງຍອດເງິນດັ່ງກ່າວ
ຫຼັງຈາກນັ້ນກໍ່ສະຫຼຸບປະຈໍາວັນ, ປະຈໍາອາທິດ ແລະ ປະຈໍາປີ.
-
ສະຫຼຸບລາຍຮັບປະຈໍາວັນ, ປະຈໍາອາທິດ
ແລະ ປະຈໍາເດືອນ ສົ່ງຫົວໜ້າພະແນກບັນຊີ
-
ສະຫຼຸບໃບບິນອາກອນທີ່ໃຊ້ໃນແຕ່ລະເດືອນເພືີ່ອແຈ້ງຫົວໜ້າບັນຊີຮັບຮູ້
ການຕັດໜີ້ສິນໃນລະບົບ
-
ສະຫຼຸດການຕິດໜີ້ຂອງລູກຄ້າ ຫຼື ຕົວແທນ ແລະ
ຈັດເກັບເອກະສານການຕິດໜີ້ຂອງລູກຄ້າ ຫຼື ຕົວແທນ ແລະ ພົວພັນກັບການຕະຫຼາດຢ່າງໃກ້ສິດ
ແລະ update ຍອດໜີ້ສິນນໍາກັນຕະຫຼອດ ເພື່ອໃຫ້ຂໍ້ມູນກົງກັນຕະຫຼອດເວລາ.
-
ຕ້ອງມີການສະຫຼຸດໜີ້ສິນປະຈໍາອາທິດໂດຍສົມທຽບກັບການຕະຫຼ່າດ
ແລະ ພະແນກອອກສັນຍາ
-
ຈັດເກັບເອກະສານການຕິດໜີ້ຂອງລູກຄ້າ
ໂດຍແຍກອອກເປັນຕົວແທນຢ່າງລະອຽດ
-
ຕ້ອງມີມາດຕະການໃຫ້ຕົວແທນພະຍຍາມໂອນເງິນຕາມລາຍການທີ່ແຈ້ງອອກຈາກພະແນກບັນຊີ
ຫຼື ການຕະຫຼາດ
-
ຕິດຕາມການຊໍາລະເງິນຂອງແຕ່ລະຕົວແທນກັບການຕະຫຼາດຢ່າງລະອຽດ
ແລະ ໃກ້ສິດ
-
ສະຫຼຸບການຕິດໜີ້ຂອງແຕ່ລະຕົວແທນ
ໂດຍແຍກອອກເປັນເດືອນ ພ້ອມຈັດລໍາດັບຕົວແທນທີ່ຊໍາລະຍາກ
ເອກະສານໃນການສະໝັກວຽກ
1. ໃບປະກາສະນີຍະບັດ
2. ໃບຄະແນນ
3. ໃບຢັ້ງຢືນການເຮັດວຽກ (ຖ້າມີ)
4. ຮູບ 3x4 ຈໍານວນ 2 ໃບ
5. ສໍາເນົາບັດປະຈໍາຕົວ ແລະ ສໍາມະໂນຄົວ
ສົ່ງໃບສະໝັກໄປທີ: LTI@laothepchalern.com